Translate

ສອບຖາມຂໍ້ມູນເພີ່ມເຕີມ ຫຼື ຕ້ອງການເປັນສະມາຊິກ ກະລຸນາພົວພັນທີ່

ຂັ້ນຕອນແລະຂະບວນການໃນການອອກແບບທີ່ຜູ້ວ່າຈ້າງຄວນຮູ້

ຂັ້ນຕອນແລະຂະບວນການອອກແບບ:

ແຜນວຽກຂັ້ນທີ - 1 ວາງເຄົ້າໂຄງການອອກແບບ (Conceptual Design) 
_ການວິເຄາະສຶກສາຄວາມເປັນໄປໄດ້ທາງກົດລະບຽບຜັງເມືອງເພື່ອການອອກ
ແບບວາງຜັງ
_ ກຳນົດແນວຄວາມຄິດໃນການອອກແບບ
_ ນຳສະເໜີຮູບແບບທາງສະຖາປັດຕະຍະກຳ
_ ສະເໜີແນວຄວາມຄິດແກ່ເຈົ້າຂອງໂຄງການເພື່ອດຳເນີນການອະນຸມັດ
ການອອກແບບໃນຂັ້ນຕໍ່ໄປ
ແຜນວຽກຂັ້ນທີ - 2 ທຳການຮ່າງແບບ (Schematic Design) 
_ຜູ້ອອກແບບດຳເນີນການອອກແບບແຜນຜັງອາຄານ ແລະ ວາງຜັງລວມ
_ ຜູ້ອອກແບບດຳເນີນການອອກແບບຕົວອາຄານ ສາມມິຕິ ຂັ້ນຕົ້ນ
_ ນຳສະເໜີຮູບແບບທາງສະຖາປັດຕະຍະກຳ
_ ຮັບອະນຸມັດຈາກເຈົ້າຂອງໂຄງການໃນການພັດທະນາແບບຮ່າງຂັ້ນສຸດທ້າຍ
ແຜນວຽກຂັ້ນທີ - 3 ການພັດທະນາແບບຮ່າງຂັ້ນສຸດທ້າຍ (Final Design) 
_ການຜູ້ອອກແບບດຳເນີນການອອກແບບຕົວອາຄານທັງ 4 ດ້ານ
_ ຜູ້ອອກແບບສົ່ງລາຍການວັດສະດຸໄຫ້ຜູ້ວ່າຈ້າງໄດ້ພິຈາລະນາ
_ ຮັບອະນຸມັດຈາກເຈົ້າຂອງໂຄງການເພື່ອດຳເນີນການແຕ້ມແບບສຳລັບກໍ່ສ້າງ ແລະ ວຽກເອກະສານ ລາຍລະອຽດ ຕ່າງໆ
ແຜນວຽກຂັ້ນທີ - 4 ການແຕ້ມແບບກໍ່ສ້າງ (Construction Documents) 
_ປະສານງານກັບທີມງານທີ່ປືກສາອື່ນໆ ທີ່ກ່ຽວຂ້ອງກັບໂຄງການ
_ ຈັດທຳແບບສຳລັບການປຸກສ້າງອາຄານ ໂດຍລະອຽດ
_ ຈັດກຽມເອກະສານການຂໍອະນຸຍາດປຸກສ້າງ ເຊິ່ງມີສະຖາປະນິກ ແລະ ວິສະວະກອນ ເຊັນຮັບຮອງວ່າເປັນຜູ້ອອກແບບອາຄານນັ້ນ
_ ຈັດທຳລາຍການຄຳນວນໂຄງສ້າງຂອງວິສະວະກອນໂຍທາ